ການສຳຫຼວດພົນລະເມືອງ ປີ 2025

ລັດຖະບານ​ຍີ່ປຸ່ນ​ຈະ​ດຳ​ເນີນ​ການ​ສຳ​ຫຼວດພົນລະເມືອງ​ມາຮອດ​ວັນ​ທີ 1 ຕຸລາ 2025.
ການສໍາຫຼວດພົນລະເມືອງແມ່ນການສໍາຫຼວດສະຖິຕິທີ່ສໍາຄັນທີ່ສຸດທີ່ໃນທຸກໆ 5 ປີ.

ຜົນການ​​ສຳ​ຫຼວດ​ພົນລະເມືອງແມ່ນ​ນຳ​ໃຊ້ເຂົ້າ​ໃນການ​ປະຕິບັດ​​ມາດ​ຕະການເຊັ່ນ: ຈັດສັນໂຕ​ເມືອງ​ທີ່​ສະດວກໃນການດຳລົງຊີວິດ​ໃຫ້ແກ່​ຄົນຕ່າງປະ​ເທດຕ່າງໆ​.

ບຸກຄົນທີ່ຢູ່ໃນເປົ້າຫມາຍຂອງການສໍາຫຼວດພົນລະເມືອງແມ່ນ ຜູ້ທີ່ໄດ້ອາໄສຢູ່ໃນປະເທດຍີ່ປຸ່ນຫຼາຍກວ່າ 3 ເດືອນ, ຫຼືຜູ້ທີ່ຈະອາໄສຢູ່ປະເທດຍີ່ປຸ່ນຫຼາຍກວ່າ 3 ເດືອນຂື້ນ ບໍ່ວ່າຈະແມ່ນສັນຊາດໃດ. ບຸກຄົນທີ່ຢູ່ໃນເປົ້າຫມາຍແມ່ນມີພັນທະທີ່ຈະຕ້ອງຕອບຂໍ້ມູນ, ສະນັ້ນກະລຸນາຕອບຂໍ້ມູນຢ່າງຄົບຖ້ວນ.
ເນື້ອໃນຂໍ້ມູນທີ່ຕອບມາແມ່ນຈະນໍາໃຊ້ສະເພາະໃນການລວບລວມສະຖິຕິ, ຈະບໍ່ຖືກນໍາໃຊ້ເພື່ອຈຸດປະສົງອື່ນເຊັ່ນ: ການຄຸ້ມຄອງຄົນເຂົ້າເມືອງ ຫຼື ການສືບສວນຂອງຕໍາຫຼວດແລະອື່ນຯ.

ກໍລະນີຖ້າມີສິ່ງທີ່ກົງກັບຂໍ້ທາງລຸ່ມຕໍ່ໄປນີ້, ກະລຸນາຕິດຕໍ່ສູນພົວພັນການສຳຫຼວດພົນລະເມືອງ.

ວິທີການຕອບຂໍ້ມູນການສຳຫຼວດພົນລະເມືອງ

ການ​ຕອບ​ຂໍ້ມູນທາງ​ອອນລາຍ

ແຕ່​ວັນ​​ເສົາ ທີ 20 ເດືອນ​ກັນ​ຍາ​ ຫາ ​ວັນ​ພຸດ​ ທີ 8 ເດືອນ​ຕຸ​ລາ

ການສຳຫຼວດນີ້ແມ່ນ ກະລຸນາຕອບຂໍ້ມູນທາງອອນລາຍ. ເມື່ອທ່ານໄດ້ຮັບເອກະສານການສໍາຫຼວດສົ່ງໃຫ້ຢູ່ເຮືອນ, ກະລຸນາເຂົ້າເວັບໄຊຕອບຂໍ້ມູນ, ແລະຕອບຄຳຖາມໂດຍປະຕິບັດຕາມຄໍາແນະນໍາໃນຫນ້າຈໍ.
ໃນເວລາທີ່ຕອບຂໍ້ມູນ, ກະລຸນາສະແກນ "ລະຫັດ QR ສຳລັບເຂົ້າສູ່ລະບົບ" ທີ່ພິມຢູ່ແຈທາງລຸ່ມເບື້ອງຂວາຂອງ "ແບບຟອມຄໍາຮ້ອງໃນການຕອບຂໍ້ມູນທາງອອນລາຍ" ທີ່ຢູ່ໃນ "ຊ່ອງເອກະສານການສໍາຫຼວດ" ທີ່ຖືກແຈກຢາຍໃຫ້ທ່ານ.

  • ຊ່ອງເອກະສານການສໍາຫຼວດ
  • ແບບຟອມຄໍາຮ້ອງໃນການຕອບຂໍ້ມູນທາງອອນລາຍ

ລະຫັດ QR ສຳລັບເຂົ້າສູ່ລະບົບ

ເມື່ອເຂົ້າໄປສູ່ຫນ້າການສໍາຫຼວດພົນລະເມືອງທາງອອນລາຍໂດຍຜ່ານ "ລະຫັດ QR ເຂົ້າສູ່ລະບົບ" ໄດ້ແລ້ວ, ກະລຸນາເລືອກພາສາທີ່ທ່ານຕ້ອງການໃຊ້ເພື່ອຕອບຂໍ້ມູນຈາກ “Language” ຢູ່ໃນທາງເທິງເບື້ອງຂວາ. ການຕອບຂໍ້ມູນທາງອອນລາຍແມ່ນສາມາດເຮັດໄດ້ໂດຍໃຊ້ພາສາດັ່ງຕໍ່ໄປນີ້.
ພາສາຍີ່ປຸ່ນ, ພາສາອັງກິດ, ພາສາຈີນ(ອັກສອນຈີນປະຈຸບັນ / ອັກສອນຈີນດັ້ງເດີມ) , ພາສາເກົາຫຼີ, ພາສາຫວຽດນາມ, ພາສາປອກຕຸຍການ, ພາສາແອັດສະປາຍ

​ກໍລະນີທີ່​ບໍ່​ສາ​ມາດ​ອ່ານ​ລະ​ຫັດ QR ໂດຍຜ່ານ​ຄອມ​ພິວ​ເຕີ​ຕ່າງໆ​ໄດ້, ກະ​ລຸ​ນາ​ກົດເຂົ້າ "ເລີ່ມ​ຕົ້ນ​ການ​ຕອບ​" ຂ້າງ​ລຸ່ມ​ນີ້​. ເວລາຈະເຂົ້າສູ່ລະບົບ, ຈຳເປັນຕ້ອງມີ "ລະຫັດ ID ເຂົ້າສູ່ລະບົບ" ແລະ "ລະຫັດການເຂົ້າ" ທີ່ພິມຢູ່ໃນ "ແບບຟອມຄໍາຮ້ອງໃນການຕອບຂໍ້ມູນທາງອອນລາຍ"

ເລີ່ມຕົ້ນການຕອບ (ພາສາອັງກິດ)
  • ຂໍ້ມູນທີ່ທ່ານຕອບມາແມ່ນຈະມີການຮັກສາໂດຍມາດຕະການຮັກສາຄວາມປອດໄພທີ່ເຄັ່ງຄັດ, ດັ່ງນັ້ນທ່ານສາມາດ ຫມັ້ນໃຈໄດ້ວ່າມີຄວາມປອດໄພ.
  • ຫຼັງຈາກທີ່ທ່ານຕອບຂໍ້ມູນໄປແລ້ວ, ກໍລະນີຖ້າມີການປ່ຽນແປງກ່ຽວກັບເນື້ອໃນຂອງຄໍາຕອບພາຍໃນວັນພຸດທີ 1 ຕຸລາ ເຊັ່ນ: ມີການເກີດ ຫຼື ການຍົກຍ້າຍຂອງສະມາຊິກໃນຄົວເຮືອນ, ກະລຸນາເຂົ້າສູ່ລະບົບອີກຄັ້ງ ເພື່ອແກ້ໄຂຂໍ້ມູນ. ໃນການເຂົ້າສູ່ລະບົບອີກຄັ້ງ, ຈຳເປັນຕ້ອງມີ "ລະຫັດ ID ເຂົ້າສູ່ລະບົບ" ແລະ "ລະຫັດຜ່ານ" ທີ່ທ່ານຕັ້ງໄວ້.
  • ຄົວເຮືອນທີ່ຕອບຂໍ້ມູນທາງອອນລາຍແລ້ວແມ່ນບໍ່ຈຳເປັນຕ້ອງສົ່ງເຈ້ຍແບບສຳຫຼວດ. ບໍ່ໃຫ້​ຕື່ມ​ຂໍ້​ມູນ​ໃນເຈ້ຍ​ແບບ​ສໍາຫຼວດ, ກະລຸນາທຳລາຍເຈ້ຍ​ແບບ​ສຳຫຼວດ​ຖີ້ມເພື່ອ​ບໍ່​ໃຫ້​ຖືກ​ນໍາ​ໃຊ້​ເພື່ອ​ຈຸດ​ປະ​ສົງ​ອື່ນ​.

ການຕອບຂໍ້ມູນແບບສຳຫຼວດ (ເຈ້ຍ)

ແຕ່ວັນພຸດ ທີ 1 ຕຸລາ ຫາ ວັນພຸດ ທີ 8 ຕຸລາ

ທ່ານທີ່ບໍ່ສາມາດຕອບຂໍ້ມູນທາງອອນລາຍໄດ້, ກະລຸນາຕອບຂໍ້ມູນຜ່ານເຈ້ຍແບບສຳຫຼວດ.
ກໍລະນີຕອບຂໍ້ມູນໂດຍຜ່ານເຈ້ຍແບບສຳຫຼວດ, ກະລຸນາເບິ່ງ "ແບບສຳຫຼວດສະບັບແປ" ແລະ "ວິທີການຂຽນແບບສຳຫຼວດສະບັບແປ" ແລະຂຽນແບບສຳຫຼວດທີ່ຢູ່ໃນ "ຊ່ອງເອກະສານການສໍາຫຼວດ" ທີ່ແຈກຢາຍໃຫ້ທ່ານ.
ເຈ້ຍແບບສຳຫຼວດທີ່ຂຽນແລ້ວແມ່ນກະລຸນາພັບເປັນສາມສ່ວນ, ເອົາໃສ່ໃນ "ຊ່ອງສໍາລັບຢື່ນສົ່ງທາງໄປສະນີ," ໂດຍບໍ່ຕ້ອງຕິດສະແຕມ, ປ່ອນໃສ່ກ່ອງໄປສະນີທີ່ໃກ້ທີ່ສຸດກ່ອນວັນພຸດ ທີ 8 ຕຸລາ.

  • ກໍລະນີມີຄວາມຫຍຸ້ງຍາກໃນການສົ່ງທາງໄປສະນີ, ກະລຸນາຕິດຕໍ່ສູນພົວພັນການສຳຫຼວດພົນລະເມືອງຂ້າງລຸ່ມນີ້, ຈະມີພະນັກງານສໍາຫຼວດມາຮັບເອົາແບບສຳຫຼວດ.
  • ສຳລັບເຈ້ຍແບບສຳຫຼວດ 1 ສະບັບສາມາດຂຽນໄດ້ສູງສຸດເຖິງ 4 ຄົນ. ກໍລະນີທ່ານຈະຂຽນຂໍ້ມູນຫຼາຍກວ່າ 5 ຄົນ, ຈະແຈກຢາຍແບບສຳຫຼວດຕື່ມໃຫ້, ດັ່ງນັ້ນກະລຸນາຕິດຕໍ່ສູນພົວພັນການສຳຫຼວດພົນລະເມືອງຂ້າງລຸ່ມນີ້.
ແບບສຳຫຼວດ ຊ່ອງສໍາລັບຢື່ນສົ່ງທາງໄປສະນີ

ກະລຸນາຕອບຂໍ້ມູນກ່ອນວັນພຸດ ທີ 8 ຕຸລາ.

ກໍລະນີບໍ່ໄດ້ຮັບການຕອບຂໍ້ມູນພາຍໃນວັນພຸດ ທີ 8 ເດືອນຕຸລາ, ພະນັກງານສຳຫຼວດຈະໄປທ່ວງຖາມເພື່ອໃຫ້ຕອບຂໍ້ມູນ.

ຖ້າທ່ານມີສິ່ງທີ່ບໍ່ເຂົ້າໃຈກ່ຽວກັບການຂຽນແບບສຳຫຼວດພົນລະເມືອງ, ກະລຸນາຕິດຕໍ່ສູນພົວພັນການສຳຫຼວດພົນລະເມືອງ.

ສູນພົວພັນການສຳຫຼວດພົນລະເມືອງ

ເບີໂທໃຫ້ຄຳແນະນຳ :

0570-02-5901

ກໍລະນີໂທລະສັບ IP ແລະໂທລະສັບມືຖືເຕີມເງິນ :

03-6628-2258

ໄລ​ຍະ​ເວ​ລາ​ການ​ຕິດ​ຕັ້ງ: ຮອດ​ວັນ​ສຸກ ທີ 7 ເດືອນ​ພະ​ຈິກ
ເວລາເຮັດວຽກ: 9 ໂມງເຊົ້າ ຫາ 9 ໂມງແລງ

"ລະຫັດ QR " ເປັນເຄື່ອງໝາຍການຄ້າຈົດທະບຽນຂອງບໍລິສັດຫຸ້ນສ່ວນ DENSO WAVE Inc.

公式SNS

X:別ウインドウで開きます。
これまでの国勢調査の結果はe-Statでご覧になれます!:別ウィンドウで開きます。これまでの国勢調査の結果はe-Statでご覧になれます!:別ウィンドウで開きます。